ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມຄົ້ນຄວ້າ ກວດກາ ແລະ ປັບປຸງວຽກງານການທະຫານທ້ອງຖິ່ນ


     ວັນທີ 30 ມັງກອນ 2024 ນີ້, ກົມການທະຫານທ້ອງຖິ່ນ ໄດ້ເປີດກອງປະຊຸມຄົ້ນຄວ້າ, ກວດກາ ແລະ ປັບປຸງນິຕິກໍາວຽກງານ
ການທະຫານທ້ອງຖິ່ນ, ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ກໍາມະການຄະນະພັກກະຊວງປ້ອງກັນປະ
ເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີ ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ຫົວໜ້າກົມການທະຫານທ້ອງຖິ່ນ,
ມີຜູ້ຕາງໜ້າບັນດາກົມ, ຫ້ອງການ, ພະແນກການ, ພະນັກງານພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພັນໂທ ສົມທອງ ຈັນທະວົງ ຫົວໜ້າພະແນກແຜນການ-ສັງລວມ ໄດ້ຜ່ານຂໍ້ຕົກລົງແຜນການວ່າດ້ວຍເປີດກອງປະຊຸມ
ຂອງຄະນະສະເພາະກິດຄົ້ນຄວ້າກວດກາ ແລະ ປັບປຸງນິຕິກໍາວຽກງານການທະຫານທ້ອງຖິ່ນ, ເພື່ອເປັນການປັບປຸງແກ້ໄຂບັນດາເນື້ອ
ໃນບົດສອນ ແລະ ເອກະສານ ຕ່າງໆຂອງວຽກງານການທະຫານທ້ອງຖິ່ນ ໃຫ້ມີຄວາມສອດຄ່ອງເໝາະສົມກັບສະພາບເງື່ອນໄຂໃນປະ
ຈຸບັນ ແລະ ເປັນບ່ອນອີງໃຫ້ແກ່ບັນດາອົງການ, ກົມກອງທ້ອງຖິ່ນ, ແຂວງ, ເມືອງ, ບ້ານ ແລະ ລັດວິສະຫະກິດ, ໂຮງຮຽນ, ວິທະຍາ
ໄລ, ມະຫາວິທະຍາໄລຕ່າງໆນໍາໃຊ້ເຂົ້າໃນວຽກງານອົບຮົມໃຫ້ຖືກຕ້ອງ ເຊິ່ງໄດ້ພ້ອມກັນຄົ້ນຄ້ວາເອກະພາບບັນດາບົດສອນໃສ່ໂຄງການ
ຫຼັກສູດ ບໍາລຸງຄວາມຮູ້ທາງດ້ານວຽກງານ ປກຊ-ປກສ ໃຫ້ແກ່ພະນັກງານຫຼັກແຫຼ່ງ, ພະນັກງານທົ່ວໄປຢູ່ອົງການຈັດຕັ້ງຂອງພັກ-ລັດ,
ນັກຮຽນ, ນັກສຶກສາໃຫ້ມີຄຸນະພາບດ່ຽວກັນໃນຂອບເຂດທົ່ວປະເທດ ເຮັດໃຫ້ບັນດາເປົ້າໝາຍຕ່າງໆມີຄວາມເອກະພາບ ແລະ ສອດ
ຄອງແທດເໝາະກັບສະພາບຕົວຈິງ ເພື່ອໃຫ້ໄດ້ການກໍານົດເວລາ, ເນື້ອໃນຫົວບົດການຮຽນ-ການສອນໃຫ້ເໝາະສົມກັບແຕ່ລະເປົ້າ
ໝາຍ ແນ່ໃສ່ພາຍຫຼັງໄດ້ຮັບການຝືກອົບຮົມແລ້ວບັນດາເປົ້າໝາຍຕ່າງໆຕ້ອງຮູ້ໝູນໃຊ້ບົດຮຽນໃນການເຄື່ອນໄຫວຕົວຈິງຢ່າງມີປະສິດ
ທິພາບ ແລະ ປະສິດທິຜົນສູງ.

     ໂອກາດນີ້, ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ກໍໄດ້ມີຄໍາເຫັນໂອລົມ ຕໍ່ຄະນະສະເພາະກິດທີ່ຄົ້ນຄວ້າ, ກວດກາ ແລະ ປັບປຸງ
ນິຕິກໍາວຽກງານດັ່ງກ່າວ ຈົ່ງຍົກສູງຄວາມຮັບຜິດຊອບໜ້າທີ່ຂອງຕົນ ເອົາໃຈໃສ່ສຶກສາຊອກຄົ້ນ ບັນດາເນື້ອໃນຂໍ້ກໍານົດ, ກົດລະບຽບບົດ
ພື້ນຖານຕາມຫຼັກການ ແລະ ເຮັດໃຫ້ມີຄວາມເປັນເອກະພາບຕັ້ງໜ້າປັບປຸງແບບແຜນບັນດາເນື້ອໃນ ໃຫ້ມີເຕັກນິກວິທະຍາສາດກ້າວ
ໜ້າທັນສະໄໝ ຍົກລະດັບປະສິດທິພາບໃຫ້ສູງຂຶ້ນ ແລະ ສາມາດນໍາໃຊ້ເຂົ້າໃນວຽກງານຕົວຈິງ ເຮັດໃຫ້ມີຄວາມເຂັ້ມແຂງຢ່າງຮອບດ້ານ.

ແຫຼ່ງຂ່າວໂດຍ ພຸດທະວອນ ພົມມະວົງສາ
ວັນທີ 01/02/2024